Friday, August 24, 2007

Friday, August 10, 2007

VTSK8CREW's Background




ຫາຂໍ້ມູນຄືນຫລັງກ່ອນຫລາຍປີແດ່ແລ້ວ
ກະລຸນາຕິດຕາມ

VTSK8CREW Breaking News




ຫລັງຈາກທີ່ເຫລັກໄຕ່(Rails), ຟັນບ໊ອກ(Fun box), ແຣມ (Ramp) ຕ່າງໆຖືກລັກໄປຖີ້ມຮ່ອງຮອຍພຽງຮອຍ ເລື່ອຍທີ່ພວກລັກມັນຖີ້ມໃຫ້ເບີ່ງຕາງຫນ້າ ເຫລັກທີ່ເສັຍ. ພວກເຮົາກໍໄດ້ຕົກລົງອອກຊອກ ຄົ້ນຫາຕາມ ຮ້ານເຫລັກເສັດ ໃນ ຕົວເມືອງຫວັງວ່າຈະພົບແລະບໍ່ຕ້ອງໄດ້ອອກ ເງີນຊື້ ເຫລັກອີກເພາະຫມົດຫລາຍແລ້ວ.
ແລະໃນທີ່ສຸດເຫລັກທີ່ພວກເຮົາຕາມຫາກໍພົບຢູ່ຮ້ານເຫລັກເສັດໃກ້ກັບບ່ອນຂາຍໄມ້ປະດັບ
ແຖວບ້ານນາໄຊ, ເຫລັກເກືອບທັງຫມົດຖືກພົບໃນສະພາບສົມບູນຍົກເວັ້ນເຫລັກໄຕ່ໂຕນ້ອຍ ທີ່ຫັກແລະຟັນບ໊ອກຖືກແກະເອົາໄມ້ທີ່ເປັນຖານອອກໄປ. ພວກເຮົາໄດ້ລົມກັບເຈົ້າຂອງຮ້ານ ເຫລັກເສັດວ່າເຫລັກນີ້ຖືກລັກມາຂາຍຈະຂໍຄືນໄດ້ບໍ່, ລາວກໍຕົກໃຈແຕ່ບອກພວກເຮົາວ່າບໍ່
ໄດ້ຕ້ອງໄດ້ຊື້ຄືນເປັນເງີນ 208000Kip ຫຼື ຕ້ອງຫາຄົນທີ່ລັກມາໄດ້ແລ້ວຈ່າຍໃຫ້ເຂົາ, ແຕ່ລາວໄດ້ບອກປ້າຍລົດພ້ອມຊະນິດລົດວ່າເປັນລົດຕຸກຕຸກເອົາມາຂາຍ.ພວກເຮົາຈຶງໄດ້
ຖ່າຍຮູບເກັບໄວ້ເປັນຫລັກຖານນ້ອຍຫນື່ງແລ້ວຈື່ງອອກຈາກຮ້ານເຫລັກເສັດໄປຮ້ານເຕົາຮູ້
ບ່ອນປະຈຳເພື່ອຕົກລົງກັນເຖິງວິທີຈະຄົນທີ່ລັກມາຫລືວ່າຈະຈ່າຍເງີນດີຫລືຈະເຮັດແນວໃດ ..ແລະຕົກລົງກັນໄດ້ວ່າຈະໄປແຈ້ງຄວາມກັບທາງຕຳຫລວດ(ເມື່ອກ່ອນມັກມີປັນຫາກັບ
ຕຳຫລວດນອກເຄື່ອງແບບມາໄລ່ເວລາໄປຫລີ້ນຢູ່ສວນສາທາລະນະຕ່າງໆແຕ່ກໍຕ້ອງມາ
ເພີ່ງຕຳຫລວດ) ແລ້ວມື້ຕໍ່ມາພວກເຮົາກໍໄດ້ໄປແຈ້ງຄວາມຢູ່ທີ່ກົມຈາລະຈອນ (ບໍ່ກ່ຽວກັບ ຈາລະຈອນເລຍແຕ່ມີຄົນແນະນຳໃຫ້ມາທີ່ນີ້) ແລ້ວຈາກນັ້ນ ກໍມີຂ່າວມາຈາກຕຳຫລວດ ວ່າພົບເຈົ້າຂອງລົດແລ້ວແຕ່ລົດຄັນນີ້ຂາຍໄປໄດ້ຫ້າປີແລ້ວ, ເຈົ້າຂອງເກົ່າຈຶງໄດ້ໃຫ້ທີ່ຢູ່ຂອງ
ເຈົ້າຂອງໃຫມ່ໄປ. ຜ່ານໄປສອງເດືອນສະເກ໊ຕເກືອບຈະຍຸບຮອບສອງຍ້ອນຫລາຍຄົນຫ່າງເຫີນ ຈາກສະເກ໊ຕຍ້ອນບໍ່ມີເຫລັກຫລີ້ນ, ມີໂທລະສັບມາຈາກຕຳຫລວດທີ່ຮັບຜິດຊອບຄະດີວ່າພົບ
ຄົນທີ່ລັກແລ້ວ,ແລະຂໍໃຫ້ໄກ່ເກັ່ຍກັບພວກທີ່ລັກກ່ອນເຖີງສີ່ງທີ່ເຂົາຈະຕ້ອງທົດແທນແລະຄຳຂໍໂທດ.
ຂະນະນີ້ພວກເຮົາກໍຕົກລົງກັນທີ່ສິນໃຫມທົດແທນຢູ່ວ່າຈະເອົາຈາກພວກເຂົາເທົ່າໃດດີ
ຈາກການທີ່ພວກເຂົາລັກແລະທຳລາຍຈຳນວນຫນື່ງ.